ໃຫ້ກຽດເຂົ້າຮ່ວມບັ້ນດໍາເນີນຊີວິດການເມືອງປົວແປງພັກຄັ້ງນີ້ມີ ສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ ,ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະຈັດຕັ້ງສູນກາງພັກ,ມີບັນດາສະຫາຍຄະນະປະຈໍາພັກແຂວງ,ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາພັກຮາກຖານ,ເລຂາໜ່ວຍພັກພະແນກການ,ອົງການກົມກອງອ້ອມຂ້າງແຂວງເຂົ້າຮ່ວມ 200 ກວ່າສະຫາຍ.
ສະຫາຍພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ໄຊຍະບູລີໄດ້ກ່າວວ່າບັນດໍາເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ເປັນຄວາມຕັດສິນໃຈຂອງກົມການເມືອງສູນກາງພັກເພື່ອປະເມີນຄືນຕາມຄວາມຮັບຜິດຊອບການເມືອງຂອງຄະນະພັກ, ຄະນະນຳແຕ່ລະຂັ້ນ ແລະ ຂອງສະມາຊິກພັກໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງໄລຍະຜ່ານມາມີດ້ານດີ-ດ້ານອ່ອນແນວໃດ ແລະ ກ້າວໄປເຖິງການແກ້ໄຂບັນຫາຢ່າງຖືກຈຸດ ແລະ ມີປະສິດທິຜົນສູງ.
ບັ້ນດຳເນີນຊີວິດການເມືອງໃນຊຸດນີ້. ພວກເຮົາຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າບັນດາເອກະສານທີ່ສຳຄັນເຊັ່ນ: ເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ຮ່າງບົດສະຫຼຸບຕີລາຄາຄືນຄວາມຮັບຜິດຊອບລວມຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງທີ VIຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນ, ຮ່າງບົດສະຫຼຸບຕີລາຄາຄືນຄວາມຮັບຜິດຊອບລວມຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງມະຕິກອງປະຊຸມໃຫຍ່ຄັ້ງທີVI ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ພ້ອມທັງປະກອບຄຳຄິດຄຳເຫັນໃຫ້ຄະນະບໍລິຫານງານພັກແຂວງແຕ່ລະສະຫາຍ, ຈະໄດ້ແບ່ງເປັນໜ່ວຍຂຽນໃບສຳຫຼວດຂອງແຕ່ລະບຸກຄົນ ແລະ ຜ່ານຢູ່ໃນໜ່ວຍ, ທາບທາມລົງຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ຄະນະບໍລິຫານງານສູນກາງພັກສະໄໝທີ X ແລະ ທາບທາມລົງຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ກຳມະການປະຈຳພັກແຂວງ ກຳມະການພັກແຂວງ. ຫົວໜ້າພະແນກ ແລະ ທຽບເທົ່າຂອງແຂວງຕາມກົດລະບຽບຂອງພັກດ້ວຍຄວາມຮັບຜິດຊອບສູງ.
ບັ້ນດຳເນີນຊີວິດການເມືອງປົວແປງພັກທົ່ວອົງຄະນະພັກແຂວງຈະໄດ້ດຳເນີນໄປເປັນເວລາ 10 ກວ່າວັນຈຶ່ງຈະສຳເລັດ. ຈຸດປະສົງກໍ່ເພື່ອເສີມຂະຫຍາຍມູນເຊື້ອຜົນງານດ້ານດີຂອງພັກໃນໄລຍະຜ່ານມາ. ແກ້ໄຂຈຸດອ່ອນຂໍ້ບົກຜ່ອງ ແລະ ສິ່ງທ້າທາຍທົດສອບທີ່ເປັນໄພອັນຕະລາຍຕໍ່ພັກເຮົາທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າດ້ວຍຈິດໃຈບຸກທະລຸແນໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ. ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ພາຍໃນຊາດ ສຶບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ເດັດດ່ຽວປົກປັກຮັກສາ ແລະ ພັດທະນາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໝັກແໜ້ນ.
ຂ່າວ: ບຸນທີ ແສງຈັນທະລາ